ໃນການເລີ່ມຕົ້ນເວັບໄຊຕ໌ນັ້ນແມ່ນງ່າຍດາຍ, ເຊື່ອມຕໍ່ກັນ ເປີດເຜີຍ, ມີຄວາມປອດໄພ ມັນຖືກສ້າງຂື້ນມາເພຶ່ອເຮັດໃນສິ່ງທີ່ດີ ເຖິງມັນຈະແມ່ນສິ່ງທີ່ໄກຕົວ ເປັນທີ່ຢູ່ອາໃສຂອງລະບົບນິເວດ ທີ່ມີຊີວິດ ແລະກຳຫາຍໃຈ, ເຊິງຮັບໃຊ້ມວນມະນຸດ ເປັນຊັບພະຍາກອນສາທາລະນະສໍາລັບການປະດິດສ້າງ ແລະໂອກາດ. ສະຖານທີ່ເພື່ອສ້າງຄວາມຝັນຂອງທ່ານ. ແຕ່ກ່ອນຫນ້ານີ້, ຄ້າຍຄືລະບົບນິເວດອື່ນໆ, ເວັບໄຊຕ໌ກໍ່ຈໍາເປັນຕ້ອງມີການບົ່ມເພາະ. ເມຶ່ອມັນເລີ່ມເຕີບໃຫຍ່ ມັນກໍ່ສະແດງສິ່ງທີ່ທ້າທາຍຫລາຍຂື້ນ ປ໊ອບອັບ..ໄວຣັສ ບໍ່ມີທາງເລືອກ ກຳແພງຂອງເນື້ອຫາ. ເວັບກໍ່ເລີ່ມມີບັນຫາ. ຊັກຊ້າ, ສັບສົນ, ເປັນຕາຢ້ານ. ຜູ້ຊົມໃຊ້ໄດ້ເລີ່ມຕົ້ນທີ່ຈະຖາມ ... ເປັນໄດ້ຊຳນີ້ ຫຼື ເວັບຈະດີກ່ວານີ້ໄດ້ບໍ່ ກຸ່ມຄນນ້ອຍໆ ຜູ້ພັດທະນາ, ອອກແບບ ແລະສະເຫີນຄວາມຄິດເຫັນ, ເຊື່ອກັນວ່າມັນສາມາດເຮັດໄດ້. ພວກເຂົາກ້າຄົ້ນຄິດມັນຂື້ນມາ. ເຊິງກຸ່ມສັງຄົມອອນລາຍກຸ່ມນ້ອຍໆທີ່ບໍ່ສະຫວັງຫາຜົນກຳໄລ ສາມາດສ້າງສິ່ງທີ່ດີກວ່າຂຶ້ນມາ ແລະນຳສະເຫີນຄວາມຄິດໃຫມ່ໆແລະມີການສ້າງສິ່ງໃຫມ່ໆກ່ຽວກັບເວັບ. ພວກເຂົາເອີ້ນມັນວ່າໂຄງການ Mozilla. ພວກເຂົາໄດ້ເລີ່ມຕົ້ນ ໂດຍການເຮັດໃຫ້ເປັນເວັບບ່າວເຊີ້ຊະນິດໃຫມ່. ເປັນສິ່ງທີ່ພວກເຮົາຮູ້ຈັກກັນເປັນຢ່າງດີຄື Firefox. ແລະພວກເຂົາໄດ້ເຮັດໃຫ້ມັນເປັນສິ່ງທີ່ບໍ່ຫວັງຜົນກໍາໄລ, ເຊິ່ງຈະໃຫ້ຄວາມສຳຄັນກັບຜູ້ໃຊ້ງານເປັນອັນດັບທຳອິດ. ມັນເປັນຫລາບກ່ວາຊອບແວ, ມັນແມ່ນແບບຟອມການສ້າງແນວຄວາມຄິດ ເພື່ອໃຫ້ທຸກຄົນສາມາດສ້າງແນວຄວາມຄິດກ່ຽວກັບຕົນເອງ. ການຖືກລົບກວນຫ້ນອຍລົງ. ຜູ້ຜະລິດເວັບໄຊຕ໌ທີ່ເຮົາຮູ້ຈັກກັນໃນປັດຈຸບັນ ເລີ່ມປາກົດຂື້ນ ປັດຈຸບັນນີ້ເວັບແມ່ນສະຖານທີ່ບ່ອນທີ່ທ່ານສາມາດມີສ່ວນຮ່ວມສ້າງສັນໄດ້ ໃນທຸກໆສິ່ງທີ່ທ່ານສາມາດຈິນຕະນາການ Mozilla ແລະ Firefox ມີການຊ່ວຍເຫຼືອທຸກຄົນຢູ່ທົ່ວທຸກແຫ່ງເພື່ອໂອກາດນີ້ ແລະຕົວແທນສໍາລັບຜູ້ໃຊ້ ເປັນທາງເລືອກ ແລະການຄວບຄຸມ ມີຫລາຍຄັ້ງທີ່ພວກເຮົາມີຄວາມສ່ຽງ ແຕ່ຖ້າ Firefox ເປັນພຽງການເລີ່ມຕົ້ນ ຖ້າມັນເປັນສິ່ງຫຶ່ນງທີ່ໃຫຍ່ຂື້ນລະ ຈາກຂໍ້ມູນທີ່ສົ່ງໃຫ້ກັບ Firefox Mobile, ແອັບ ແລະລະຫັດປະຈຳຕົວ, ພວກເຮົາກໍາສົ່ງເສີມຂອບເຂດເວັບໃຫ້ກ້ວາງອອກໄປທຸກໆມື້... ແລະພວກເຮົາກຳລັງຈະເປັນນອກເຫນືອຈາກຊອບແວ. ພວກເຮົາກຳລັງຊ່ວຍເຫຼືອໃນການສ້າງຜູ້ເຮັດເວັບລຸ້ນໃຫມ່ໆ. ພວກເຮົາເຊື່ອວ່າເວັບເປັນສະຖານທີ່ທີ່ທຸກຄົນ ສາມາດເຂົ້າມາເພື່ອສ້າງຄວາມຝັນຂອງພວກເຂົາ. ເປັນສາເຫດທີ່ພວກເຮົາສ້າງ Firefox. ເປັນເຫດຜົນທີ່ຜູ້ຄົນນັບສິບພັນຄົນ ຮ່ວມກັນສ້າງສິ່ງນີ້ຂື້ນມາ ເປັນເຫດໃຫ້ຫລາຍຮ້ອຍລ້ານທົ່ວໂລກໃຊ້ຊອບແວຂອງພວກເຮົາ ແຕ່ສິ່ງສໍາຄັນທີ່ສຸດ - ຍ້ອນຫຍັງພວກເຮົາຈຶ່ງຕ້ອງໃຫ້ຄວາມສຳຄັນກັບພວກເຈົ້າທີ່ສຸດ ແລະເປັນຕົວແທນເພື່ອຄົນອື່ນໆ ຫລາຍລ້ານຄົນຮູ້ຈັກພວກເຮົາໃນນາມ Mozilla Firefox. ແຕ່ພວກເຮົາເປັນຫລາຍກ່ວານັ້ນ. ພວກເຮົາບໍ່ຫວັງຜົນກໍາໄລ ຕໍ່ສູ້ເພື່ອປົກປ້ອງເວັບ ທີ່ພວກເຮົາທຸກຄົນຮັກ. ເຂົ້າຮ່ວມກັບພວກເຮົາ - ພວກເຮົາຈໍາເປັນຕ້ອງການສະຫນັບສະຫນູນຂອງທ່ານ. ມາຮ່ວມບໍລິຈາກກັບພວກເຮົາ.